ຖວທ ນວ-ແພັກຄອນ ຈະຮ່ວມມືກັນສຶກສາ ພັດທະນາການທ່ອງທ່ຽວແບບຍືນຍົງ
29/01/2025

ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ແລະ ບໍລິສັດ ແພັກຄອນ ຈຳກັດ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືການສຶກສາພັດທະນາການທ່ອງທ່ຽວນະຄອນຫຼວງວຽງຈັນແບບຍືນຍົງ.
ການເຊັນບົດບັນທຶກຄັ້ງນີ້ສອງຝ່າຍຈະຮ່ວມກັນສະໜັບສະໜູນ ແລະ ສ້າງການຮ່ວມມືໃນການສຶກສາການພັດທະນາການທ່ອງທ່ຽວນະຄອນຫຼວງວຽງຈັນແບບຍືນຍົງ “(Vientiane's Sustainable tourism)” ແລະ ໂດຍໃຊ້ນະວັດຕະກຳເຕັກໂນໂລຊີສະໄໝໃໝ່ເຂົ້າມານໍາໃຊ້ໃນການຈັດການການທ່ອງທ່ຽວແບບຍືນຍົງໃຫ້ເປັນຕົ້ນແບບສໍາລັບການຂະຫຍາຍກິດຈະກຳການທ່ອງທ່ຽວໄປຫາສະຖານທີ່ທ່ອງທ່ຽວອື່ນໆຂອງນະຄອນຫຼວງວຽງຈັນຕື່ມອີກໃນອະນາຄົດ ບົນພື້ນຖານຄວາມເປັນເອກະພາບກັນ ສຶກສາໂຄງການການລົງທຶນໂຄງສ້າງພື້ນຖານຮອງຮັບແກ່ການພັດທະນາການທ່ອງທ່ຽວດ້ວຍນະວັດຕະກຳເຕັກໂນໂລຊີ ເຊັ່ນ ເຕັກໂນໂລຊີການກໍ່ສ້າງຖະໜົນຫົນທາງ ການຈັດການພະລັງງານທີ່ສະອາດ (ໄຟຟ້າ ແລະ ນໍ້າມັນ) ການຄຸ້ມຄອງນໍ້າ (ນໍ້າດື່ມ ລະບົບສົ່ງນໍ້າ ນໍ້າປະປາ ນໍ້າເປື້ອນ ລະບົບລະບາຍນໍ້າ ການຄຸ້ມຄອງນໍ້າຖ້ວມ) ການຈັດການຂີ້ເຫຍື້ອ ການສື່ສານຂໍ້ມູນ 5G ແລະ WiFi ສໍາລັບການຄຸ້ມຄອງຕົວເມືອງ ການຮັກສາຄວາມປອດໄພຂອງຕົວເມືອງ ການສົ່ງເສີມສຸຂະພາບປະຊາຊົນ ຈັດການຈະລາຈອນການຂົນສົ່ງສາທາລະນະ ການຈັດການອຸບັດເຫດ ແລະ ໄພພິບັດ.
ນອກຈາກນີ້ຍັງຈະຮ່ວມມືກັນດ້ານການອອກແບບ ແລະ ພັດທະນາແຫຼ່ງທ່ອງທ່ຽວຕົ້ນແບບວາງມາດຕະຖານຄຸນນະພາບເພື່ອພັດທະນາສະຖານທີ່ທ່ອງທ່ຽວໃນອະນາຄົດ ໂດຍເລີ່ມຈາກການພັດທະນາຈຸດທ່ອງທ່ຽວຄື ເສັ້ນທາງທ່ອງທ່ຽວທາງນໍ້າ ແລະ ຈຸດຕ່າງໆລວມມີການທ່ອງທ່ຽວແມ່ນໍ້າຂອງ (Mekong Rivera) ທ່ອງທ່ຽວຄອງນໍ້າວຽງຈັນ (ບຶງທາດຫຼວງ) ທ່ອງທ່ຽວທາງນໍ້າຕາມແມ່ນໍ້າງື່ມ ແລະ ເສັ້ນທາງສະຖານທີ່ທ່ອງທ່ຽວອື່ນໆໃນອະນາຄົດ.
ສຳລັບສັ້ນທາງ ແລະ ສະຖານທີ່ທ່ອງທ່ຽວຕາມແຄມຝັ່ງແມ່ນໍ້າຂອງລວມມີ ທ່ຽວຕະຫຼາດສິນລະປິນ ທ່ຽວຊົມວິຖີຊີວິດກາງຄືນວຽງຈັນ (ຣາຕີວຽງຈັນ) ທ່ຽວຊົມໂຮງລະຄອນວຽງຈັນທາມ ທ່ຽວຊົມຖະໜົນຄົນຍ່າງອ້ອມຮອບພະທາດຫຼວງວຽງຈັນ ແລະເສັ້ນທາງສະຖານທີ່ທ່ອງທ່ຽວອື່ນໆໃນອະນາຄົດ ພ້ອມນັ້ນຍັງຈະໄດ້ພ້ອມກັບພັດທະ ນາລະບົບຕ່າງໆເພື່ອໃຫ້ສອດຄຶ່ງກັບຈຸດປະສົງຂອງໂຄງການ.
ພິທີລົງນາມໃນບົດບັນທຶກດັ່ງກ່າວຈັດຂຶ້ນໃນວັນທີ 28 ມັງກອນ 2025 ທີ່ພະແນກ ຖວທ ນວ ຮ່ວມລົງໂດຍ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ທ່ານ ພາກພູມ ສີທິມາກຸລ ປະທານບໍລິສັດ ແພັກຄອນ ຈຳກັດ ແລະ ທ່ານ ສຸລິຍະສັກ ວົງສີປະສົມ ທີ່ປຶກສາໂຄງການບໍລິສັດ ແພກຄອນ ຈຳກັດ ມີຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ບົດບັນທຶກຄວາມເຂົ້າໃຈສະບັບນີ້ມີໄລຍະເວລາການຈັດຕັ້ງປະຕິບັດ 6 ເດືອນ.
ທີ່ມາ: ວຽງຈັນໃໝ່