ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ
22/01/2025

ທີ່ມາ: ວຽງຈັນໃໝ່
ພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈັດຂຶ້ນໃນງານມະຫາກຳການທ່ອງທ່ຽວອາຊຽນ 2025 ໃນວັນທີ 20 ມັງກອນ 2025 ທີ່ ລັດຈໍຮໍ ປະເທດມາເລເຊຍ ລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ.

ໃນປີ 2025 ນີ້ ບັນດາປະເທດສະມາຊິກອາຊຽນ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທັງໝົດ 154 ລາງວັນ ໃນນັ້ນໄດ້ຮັບລາງວັນມາດຕະຖານເຮືອນພັກແຮມອາຊຽນ 30 ລາງວັນ ສຳລັບ ສປປ ລາວ ໄດ້ຮັບ 4 ລາງວັນ ປະກອບມີ ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ ບ້ານດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈໍາປາສັກ ສຳລັບລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມອາຊຽນໄດ້ຮັບທັງໝົດ 41 ລາງວັນໃນນັ້ນ ສປປ ລາວ ໄດ້ຮັບ 5 ລາງວັນມີຄື ການລ່ອງຊົມສັດປ່າ ຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເມືອງຫົວເມືອງ ແຂວງຫົວພັນ ບ້ານທ່າແປ້ນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ບ້ານຊາງໄຫ ເມືອງປາກອູ ແຂວງຫຼວງພະບາງ ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ ບ້ານນາລັນເໜືອ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ລາງວັນມາດຕະຖານການບໍລິການສະປາອາຊຽນໄດ້ຮັບລາງວັນທັງໝົດ 42 ລາງວັນ ສປປ ລາວ ໄດ້ຮັບ 5 ລາງວັນ ມີຮ້ານສະປາໂຮງແຮມອາມານຕາກະ ແຂວງຫຼວງພະບາງ ຮ້ານ Senses ສະປາ ຢູ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ ຮ້ານບ້ານລາວສະປາຢູ່ໂຮງແຮມມາຍບ້ານລາວ ແຂວງຫຼວງພະບາງ ຮ້ານແມ່ຂອງສະປາ ຢູ່ໂຮງແຮມພູວ່າວ ແຂວງຫຼວງພະບາງ ຮ້ານດາຫຼາສະປາ ນະຄອນຫຼວງວຽງຈັນ ລາງວັນມາດຕະຖານຫ້ອງນໍ້າສາທາລະນະອາຊຽນໄດ້ຮັບ 41 ລາງວັນ ສປປ ລາວ ໄດ້ຮັບ 5 ລາງວັນ ມີຫ້ອງນໍ້າສາທາລະນະໜອງສະພັງແລນ ນະຄອນຫຼວງວຽງຈັນ ຫ້ອງນໍ້າສາທາລະນະວັດຊຽງທອງ ແຂວງຫຼວງພະບາງ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຮ້ານອາຫານເມົາເທິນວິວ ແຂວງຫຼວງນໍ້າທາ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ.
ໃນງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2025 ໃນຄັ້ງນີ້ໄດ້ມີການມອບລາງວັນໃຫ້ພາກສ່ວນຕ່າງໆ ຈາກພາກລັດ ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນພາຍໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງທ່ຽວອາຊຽນ ນອກຈາກນີ້ ສປປ ລາວ ຍັງໄດ້ຮັບລາງວັນ ອີກຈໍານວນ 10 ລາງວັນ ເຊິ່ງຈະມີການຈັດພິທີ ມອບລາງວັນເພີ່ມຢູ່ພາຍໃນປະເທດ ໂດຍຈະຈັດຂຶ້ນໃນເດືອນກຸມພາ 2025 ເຊິ່ງຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ໃນປີ 2025 ແມ່ນໄດ້ຮັບການຊີ້ນໍານໍາພາຈາກການນໍາຂັ້ນສູນກາງ ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກ ພາກລັດ ພາກທຸລະກິດ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ ແລະ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 .