ຮອງເຈົ້າຄອງອວຍພອນກອງພັນ 511 ໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ
20/01/2025

ຈາກ: ໜສພ ວຽງຈັນໃໝ່
ວັນທີ 19 ມັງກອນ 2025 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍການນໍາ ນວ ແລະ ການນໍາເມືອງສັງທອງ ໄປອວຍພອນກອງພັນ 511 ກອງບັນຊາການທະຫານ ນວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ(20/1/1949-20/1/12025) ຖືກຕ້ອນຮັບໂດຍທ່ານ ພັນໂທ ຄຳມ່ວນ ຄວນວິຈິດ ຫົວໜ້າການເມືອງກອງພັນ 511 ພ້ອມດ້ວຍຄະນະພັກຄະນະບັນຊາ ນາຍ ແລະພົນທະຫານກອງພັນ 511.

ໃນໂອກາດທີ່ມາອວຍພັນກອງພັນ 511ຄັ້ງນີ້ ນວ ແລະເມືອງສັງທອງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກແລະ ເງິນຈຳນວໜື່ງມາມອບໃຫ້ປະກອບມີໝີ່ ສະບູແພັບ ນໍ້າດື່ມ ເຂົ້າສານ ແລະຢາປົວພະຍາດ ນອກຈາກນີ້ແລ້ວ ນວ ຍັງໄດ້ມອບເງິນ 10 ລ້ານກີບ ແລະເມືອງສັງທອງ ມອບເງິນ 5 ລ້ານກີບຕື່ມ.

