ຈາກ: ໜສພ ວຽງຈັນໃໝ່
ວັນທີ 15 ມັງກອນ 2025 ພະແນກຖະຫຼຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນຫຼວງວຽຈັນ (ນວ) ໄດ້ຈັດກອງປະຊຸມເຜີຍແຜ່ແຈ້ງການກ່ຽວກັບການຂຶ້ນທະບຽນພັກເຊົາຊົ່ວຄາວຂອງບຸກຄົນພາຍໃນ ແລະ ຕ່າງປະເທດ ຂຶ້ນທີ່ພະແນກ ຖວທ ນວ ເປັນປະທານຂອງທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ມີຫົວໜ້າຮອງຫົວໜ້າຂະແໜງທ່ອງທ່ຽວ ພະແນກຕຳຫຼວດທ່ອງທ່ຽວ ນວ ບັນດາຫົວໜ່ວຍທຸລະກິດຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນ ນວ ເຂົ້າຮ່ວມ.

ແຈ້ງການສະບັບດັ່ງກ່າວອອກໂດຍກະຊວງ ຖວທ ລົງວັນທີ 6 ພະຈິກ 2024 ເຊິ່ງຫ້ອງການກະຊວງ ຖວທ ໄດ້ແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຊາບວ່າ:ເພື່ອເຮັດໃຫ້ມີການຄຸ້ມຄອງຜູ້ພັກເຊົາຊົ່ວຄາວຢູ່ຕາມສະຖານທີ່ພັກແຮມໃນຂອບເຂດທົ່ວປະເທດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເຂົ້າສູ່ລະບົບຄຸ້ມຄອງ ແລະ ຮັບປະກັນແກ່ວຽກງານປ້ອງກັນຄວາມສະຫງົບ ແນໃສ່ເພື່ອເຮັດໃຫ້ວຽກງານວິຊາສະເພາະໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍົກລະດັບຈາກເມື່ອກ່ອນແບບຈົດກ່າຍມາເປັນລະບົບລົງທະບຽນແບບທັນສະໄໝໃນການເກັບກຳ ແລະ ແລກປ່ຽນຂໍ້ມູນ ການແຈ້ງເຕືອນ ການຖ່າຍໂອນຂໍ້ມູນຕົວຈິງໃນກໍລະນີທີ່ມີການປ້ອນຂໍ້ມູນຕາມເວລາຈິງ ເພື່ອເກັບກຳສະຖິຕິການພັກແຮມຊົ່ວຄາວ ຮັບປະກັນທາງດ້ານວິຊາສະເພາະ ແລະ ຮັບປະກັນໄດ້ເຖິງຄວາມໂປ່ງໃສ່ໃນການແຈ້ງຈຳນວນແຂກເຂົ້າພັກແຮມໃຫ້ມີຄວາມເປັນເອກະພາບກັນລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມທັງຫັນໄປສູ່ລະບົບທັນສະໄໝ ປະກອບສ່ວນໃຫ້ສັງຄົມມີຄວາມປອດໄພ ແກ້ໄຂທັນເຫດ ດັ່ງນັ້ນຈຶ່ງສະເໜີ ແລະ ແນະນໍາໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ພາກສ່ວນທຸລະກະດທີ່ດຳເນີນທຸລະກິດດ້ານນີ້ຈົ່ງພາກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ກ່າວວ່າ: ປີ 2025 ເປັນປີໜຶ່ງທີ່ລາວເຮົາໄດ້ມີຫຼາຍເຫດການປະຫວັດສາດທີ່ສຳຄັນເປັນຕົ້ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສຳຄັນອື່ນໆ ດັ່ງນັ້ນວຽກງານຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຈຶ່ງມີຄວາມສຳຄັນ ເພື່ອເຮັດໃຫ້ຂະແໜງການ ແລະ ທຸລະກິດທີ່ກ່ຽວຂ້ອງຢູ່ພາຍໃນ ນວ ມີຄວາມຮັບຮູ້ເຂົ້າໃຈຫຼາຍຂຶ້ນນໍາເອົາໄປຈັດຕັ້ງຜັນຂະຫຍາຍຢູ່ໃນຂົງເຂດຄວາມຮັບຜິດຊອບຕົນເອງໃຫ້ມີຜົນສຳເລັດ ພະແນກ ຖວທ ນວ ຈຶ່ງໄດ້ນໍາເອົາແຈ້ງການສະບັບນີ້ມາເຜີຍແຜ່.