13/01/2025

ຈາກ: ໜສພ ວຽງຈັນໃໝ່
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມບັນດາຫົວໜ້າພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ຮ່ວມຖ່າຍຮູບກັບຄະນະຊາວໜຸ່ມ ແລະ ເຍົາວະຊົນ ໃນໂອກາດເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ໃນວັນທີ 10 ມັງກອນ 2025 ທີ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.