ພະແນກ ຖວທ ນວ ສະຫຼຸບວຽກງານປະຈໍາ 6 ເດືອນຕົ້ນປີ ພ້ອມປະກາດພະນັກງານເຂົ້າຮັບບໍານານ
14/07/2025
ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ ຂອງພະແນກຖະແຫຼງຂ່າວ ວັດທະນະ ທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດຂຶ້ນໃນວັນທີ 11 ກໍລະກົດ 2025 ຢູ່ພະແນກດັ່ງກ່າວ ເປັນປະ ທານຂອງທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະ ແຫຼງຂ່າວ ວັດ ທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງ ຈັນ ມີບັນດາຮອງຫົວໜ້າພະແນກ ຫົວໜ້າຂະແໜງ ກອງວິຊາ ການ ພ້ອມດ້ວຍຫົວໜ້າຫ້ອງການ ຖວທ 9 ຕົວເມືອງ ແລະ ພະນັກງານໃນຂົງເຂດ ຖວທ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ເສກສັນຕິ ສຸມົນທາ ຫົວໜ້າຫ້ອງຂະແໜງບໍລິ ຫານ ພະແນກ ຖວທ ນວ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ 6 ເດືອນທ້າຍປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ ບາງຕອນວ່າ: ໝາກຜົນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ປີ 2025 ສ້າງຄອບຄົວວັດທະນະທໍາ ແລະ ມອບໃບຢັ້ງຢືນຄອບຄົວວັດທະນະທໍາ ໃຫ້ໄດ້ 1.100 ຄອບຄົວ (ແຜນການປີ 2025) ສາມາດປະຕິ ບັດໄດ້ 1.248 ຄອບຄົວ 113,45% (ລື່ນຄາດໝາຍ) ກວດກາປະເມີນຜົນບ້ານວັດທະນະທຳ ຕາມແຜນປີ ໃຫ້ໄດ້ 11 ບ້ານ ສາມາດປະຕິ ບັດໄດ້ 2 ບ້ານ ຢູ່ເມືອງໄຊທານີ ຂື້ນທະບຽນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຕາມແຜນປີ 2025 ໃຫ້ໄດ້ 1 ແຫ່ງ (ວັດໂພນໄຊ ເມືອງໄຊເສດຖາ) ຍັງບໍ່ໄດ້ປະຕິບັດ ຍ້ອນລໍຖ້າແຜນງົບປະ ມານໃນການລົງເຄື່ອນໄຫວວຽກງານວຽກງານດັ່ງກ່າວ ຄາດຄະ ເນທ້າຍປີ 2025 ຈະໄດ້ປະຕິບັດ ພ້ອມນີ້ ໄດ້ຕິດຕັ້ງໂທລະໂຄ່ງ ໃຫ້ໄດ້ 5 ບ້ານ ຄາດໝາຍປີ 2025 (ຍັງບໍ່ທັນໄດ້ປະຕິບັດ ຍ້ອນບໍມີງົບປະມານ).
ສໍາລັບວຽກງານດຶງດູດນັກທ່ອງທ່ຽວ ເຂົ້າມາ ນວ ແຕ່ເດືອນ 1-6 ປີ 2025 ມີຈໍານວນ 1.116.422 ເທື່ອຄົນ ນັກທ່ອງ ທ່ຽວພາຍໃນ 44.467 ເທື່ອຄົນ ແລະ ນັກທ່ອງທ່ຽວຕ່າງປະ ເທດ 1.071.955 ເທື່ອຄົນ ແຜນການປີ 2025 ໃຫ້ໄດ້ 2 ລ້ານເທື່ອຄົນ ຄາດຄະເນລາຍຮັບຈາກນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ນວ ໄດ້ 319.815.290 ໂດລາສະຫະລັດ (ທຽບໃສ່ແຜນການປີໃຫ້ໄດ້ 600.000.000 ໂດລາ).ນອກຈາກນີ້ ເຜີຍແຜ່ນິຕິກຳ ຂົງເຂດ ຖວທ ໃຫ້ໄດ້ 180 ບ້ານ ຕາມແຜນປີ 2025 (ປັດຈຸບັນຍັງບໍ່ທັນໄດ້ປະຕິບັດຍ້ອນອົງ ການປົກຄອງຂັ້ນເມືອງ ກໍຄືຫ້ອງການ ຖວທ ເມືອງ ແລະ ອຳ ນາດການປົກຄອງບ້ານ ຄາວຽກງານຮີບດ່ວນ ເປັນຕົ້ນ ການສຸມໃສ່ວຽກງານກະກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງ ລົງປະ ເມີນມາດຕະຖານການທ່ອງທ່ຽວອາຊຽນ ເພື່ອສະເໜີຂໍຮັບລາງ ວັນໃນງານມະຫະກຳທ່ອງທ່ຽວອາ ຊຽນ 2024 (ATF) ທີ່ ສ ປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເປັນຕົ້ນ ມາດຕະຖານການທ່ອງທ່ຽວແບບຍືນຍົງອາຊຽນ ມາດຕະຖານໂຮງແຮມຂຽວອາ ຊຽນ ມາດຕະຖານສະຖານທີ່ຈັດງານອາຊຽນ ໃຫ້ໄດ້ຈໍານວນ 7 ແຫ່ງຂອງແຜນປີ 2025 (ສາມາດຈັດຕັ້ງປະຕິບັດ ໄດ້ 7 ແຫ່ງ).
ທິດທາງແຜນການຈຸດສຸມ 6 ເດືອນທ້າຍປີ 2025 ໂດຍສະ ເພາະສືບຕໍ່ອອກອະນຸຍາດດໍາເນີນທຸລະກິດດ້ານການທ່ອງທ່ຽວ ປະຈໍາປີ 2025 ສືບຕໍ່ລົງຊຸກຍູ້ຫົວໜ່ວຍທຸລະກິດ ເພື່ອໃຫ້ເຂົາ ເຈົ້າຂຶ້ນມາປະ ກອບຄໍາຮ້ອງສືບຕໍ່ດໍາເນີນທຸລະກິດ ປະຈໍາປີ 2025 ປະສານສົມທົບກັບພະແນກ ຖວທ ສະຫັວນນະເຂດ ທົບທວນຄືນບົດບັນທຶກ ເພື່ອຈັດກອງປະຊຸມແລກປ່ຽນບົດເຊິ່ງກັນ ແລະ ກັນ ສືບຕໍ່ຮ່ວມມືຫ້ອງການປະຕູດຽວ ນວ ໃນການຮັບຮອງບົດວິພາກເສດຖະກິດເຕັກນິກໂຄງການສໍາປະທານດິນລັດ ສືບຕໍ່ວຽກງານຮ່ວມມືກັບ ພະແນກການຕ່າງໆທີກ່ຽວຂອງໃນ ນວ ກະກຽມການເຂົ້າຮ່ວມງານ ITE ໃນວັນທີ 4-6 ກັນຍາ ປີ 2025 ກະກຽມເຂົ້າຮ່ວມການແຂ່ງຂັນແລ່ນມິນິມາຣາທອນ ເຊື່ອມຕໍ່ໄທ-ລາວ ເພື່ອເປັນການຊຸກຍູ້ການທ່ອງທ່ຽວແຂວງ ໜອງຄາຍ ແລະ ນວ ຈະຈັດຂຶ້ນໃນກາງເດືອນກັນຍາ 2025.
ໃນພິທີ ຍັງໄດ້ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ຈໍານວນ 1 ທ່ານ ຄື:ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ.


