ສຳເລັດເຝິກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ ຊຸດທີ IV ຍົກລະດັບສູ່ຄວາມເປັນມືອາຊີບ

26/06/2026

ສຳເລັດເຝິກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ ຊຸດທີ IV ຍົກລະດັບສູ່ຄວາມເປັນມືອາຊີບ

ພິທີປິດຊຸດເຝິກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ຈັດຂຶ້ນວັນທີ 23 ມິຖຸນາ 2026 ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ ນວ ມີຮອງຫົວໜ້າພະແນກ ວທ ນວ ຫົວໜ້າຂະແໜງ ຮອງຂະແໜງ ວິທະຍາກອນ ແລະ ສຳມະນາກອນ.
ທ່ານ ນາງ ດວງຈັນ ສຸຂະວົງ ຄະນະຮັບຜິດຊອບຊຸດເຝິກອົບຮົມໄດ້ຂຶ້ນຜ່ານບົດສະຫຼຸບຜົນຂອງການເຝິກອົບຮົມ ວ່າ: ການຈັດເຝິກອົບຮົມຄັ້ງນີ້ຂຶ້ນເພື່ອແນ່ໃສ່ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ຄວາມຊຳນິ ຊໍານານ ຂອງພະນັກງານນຳທ່ຽວ ໃນຂອບເຂດນະຄອນຫຼວງວຽງຈັນ ໃຫ້ສູງຂຶ້ນ ທຽບເທົ່າກັບພາກພື້ນ ແລະ ລະດັບສາກົນ ພະນັກງານນຳທ່ຽວ ຄື "ທູດວັດທະນະທຳ" ແລະ ເປັນດ່ານໜ້າ ທີ່ຈະສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ຄວາມສຸພາບຮຽບຮ້ອຍ ຮອຍຍິ້ມ ຄວາມຊື່ສັດ ແລະ ຄວາມຖືກຕ້ອງຂອງຂໍ້ມູນ
ປະຫວັດສາດ-ວັດທະນະທຳ ຄືຫົວໃຈຫຼັກ ແນໃສ່ໃຫ້ສາມາດຕອບສະໜອງໄດ້ການບໍລິການນຳທ່ຽວ ທີ່ມີຄຸນນະພາບ ແລະ ເກີດຄວາມປະທັບໃຈ ແກ່ນັກທ່ອງທ່ຽວ ທີ່ເຂົ້າມາທ່ອງທ່ຽວນະຄອນຫຼວງວຽງຈັນໃຫ້ມີຄວາມປະທັບໃຈເຊິ່ງຊຸດເຝິກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມເຝິກອົບຮົມທັງໝົດ 27 ທ່ານ ຍິງ 20 ທ່ານ ມາຈາກພາກລັດ 12 ທ່ານ ພາກທຸລະກິດ 15 ທ່ານ ການເຝິກອົບຮົມດັ່ງກ່າວແມ່ນດຳເນີນມາແຕ່ວັນທີ 8 ມິຖຸນາ ຫາ ວັນທີ 23 ມິຖຸນາ 2026 ຈຶ່ງສຳເລັດ.
ຫຼັກສູດຂອງການເຝິກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ ໃນຄັ້ງນີ້ ປະກອບດ້ວຍພາກວິຊາຄື ຄວາມຮູ້ທົ່ວໄປກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ວຽກງານການທ່ອງທ່ຽວຄວາມຮູ້ທົ່ວໄປກ່ຽວກັບການທ່ອງທ່ຽວ ແລະ ການທ່ອງທ່ຽວແບບອານຸລັກ ປະຫວັດແຫຼ່ງທ່ອງທ່ຽວຂອງນະຄອນຫຼວງວຽງຈັນ ຄວາມຮູ້ກ່ຽວກັບການບໍລິການອາຫານ ແລະ ເຄື່ອງດື່ມ ການຄຸ້ມຄອງການທ່ອງທ່ຽວ ວຽກງານປ້ອງກັນຄວາມສະຫງົບໃນຂະແໜງການທ່ອງທ່ຽວ ເຕັກນິກການນຳທ່ຽວ ມະນຸດສຳພັນ ແລະ ການຕ້ອນຮັບທີ່ປະທັບໃຈ ທັກສະການເວົ້າໃນທີ່ຊຸມຊົນ ແລະ ປຽບທຽບວັດທະນະທໍາ ພ້ອມນັ້ນ ກໍໄດ້ເຝິກປະຕິບັດຕົວຈິງຕາມສະຖານທີ່ທ່ອງທ່ຽວອານຸສອນສະຖານປະທານໄກສອນ ພົມວິຫານ ແລະ ພິພິທະພັນສິນລະປະລາວ ຈາກຄວາມບຸກບືນພະຍາຍາມ ຂອງຄູອາຈານ ແລະ ຄວາມຕັ້ງໃຈຮ່ຳຮຽນຂອງຜູ້ເຂົ້າເຝິກອົບຮົມ ສາມາດຍາດໄດ້ຜົນສຳເລັດ ດ້ວຍການປະເມີນ ແລະ ການສອບເສັງ ສາມາດຕີລາຄາໄດ້ 90%.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ