ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ສສຊ ເຂດ1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ

18/06/2026

ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ສສຊ ເຂດ1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ

ໃນວັນທີ 16 ມິຖຸນາ 2026 ທ່ານ ຕຸດາວັນ ໜໍ່ເມືອງເສດ ກໍາມະການຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບຂອງທ່ານ ພອນຈັນ ແພງພູວັນ, ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ມີທ່ານ ພົງສະຫວັນ ສິລິພັນ ຄະນະປະຈໍາພັກ ນະຄອນຫຼວງ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນໍາພະແນກ ຫ້ອງການ ຂະແໜງການກ່ຽວຂ້ອງ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ເພື່ອພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V, ເພື່ອຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ຜູ້ມີສິດເລືອກຕັ້ງ ໂດຍສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບ ກ່ຽວກັບບັນຫາຂັດຂ້ອງໜອງໃຈຕ່າງໆ ເພື່ອຈະນໍາສະເໜີ ຕໍ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນວາລາພົບປະຄັ້ງນີ້ ສສຊ-ສສນວ ໄດ້ຜັດປ່ຽນກັນ ລາຍງານເຜີຍແຜ່ວຽກງານທີ່ກ່ຽວຂ້ອງໃຫ້ກັບ ບັນດາຜູ້ມີສິດເລືອກຕັ້ງໄດ້ຮັບຊາບ ພ້ອມນັ້ນ ຍັງໄດ້ປະກອບຄໍາຄິດເຫັນ-ແລກປ່ຽນຄໍາຄິດເຫັນ ຊຶ່ງກັນ ແລະ ກັນ ແລະ ຄໍາສະເໜີຈໍານວນໜຶ່ງ ເປັນຕົ້ນ ແມ່ນ ບັນຫາລາຄາໄຟຟ້າແພງ, ຄ່າຄອງຊີບ, ການບໍລິການເກັບຂີ້ເຫຍື້ອບໍ່ຖ່ວງທັນ (ຂີ້ເຫຍື້ອຊະຊາຍ), ເສັ້ນທາງເມືອງຈັນທະບູລີເປ່ເພຫຼາຍ ທັ້ງໆທີ່ວ່າ ເປັນເສັ້ນທາງຕົວເມືອງ.
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ