ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັັ້ງທີ XII ຂອງພັກ ຕິດພັນກັບມະຕິ ຄັັ້ງທີ VIII ຂອງອົງຄະນະພັກ ນວ
17/07/2026
ກອງປະຊຸມເຜີຍແຜ່-ເຊືື່ອມຊຶມມະຕິກອງປະຊຸມໃຫຍ່ ຄັັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ແລະ ເອກະສານການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕິດພັນກັບແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 14 ກໍລະກົດ 2026 ຢູ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນວ (ວທ ນວ) ໂດຍເປັນປະທານຂອງສະຫາຍ ສອນໄຊ ສີສົມພັນ ກໍາມະການປະຈໍາພັກ
ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ນວ ມີຮອງເລຂາຄະນະພັກຮາກຖານ ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ສອນໄຊ ສີສົມພັນ ກ່າວວ່າ: ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຊຸມປີຜ່ານມາ ພ້ອມນີ້ຍັງໄດ້ຊີ້ໃຫ້ເຫັນສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ພວກເຮົາພວມປະເຊີນໜ້າ ອີງຕາມທິດຊີ້ນໍາອັນເລິກເຊິ່ງຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ໃນກອງປະຊຸມເຊື່ອມຊຶມຂັ້ນສູນກາງ ໄດ້ເນັ້ນໜັກວ່າການເຊື່ອມຊຶມມະຕິຄັ້ງນີ້ ແມ່ນການສືບຕໍ່ບຸກທະລຸດ້ານຈິນຕະນາການ ຍົກສູງຫຼັກໝັ້ນການເມືອງ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ ສ້າງພູມຕ້ານທານໃໝ່ ເພື່ອໃຫ້ປະເທດລຸກຂຶ້ນ ແລະ ເດີນໜ້າໄປໄດ້ ດ້ວຍລຳແຄ່ງລຳຂາຂອງຕົນເອງ ຈະບໍ່ສືບຕໍ່ເປັນປະເທດທີ່ເພິ່ງພາ ແລະ ເກາະຫ້ອຍອີກຕໍ່ໄປ ແຕ່ຕ້ອງສ້າງ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ຢ່າງແທ້ຈິງ ສຳລັບ ນວ ໃນຖານະທີ່ເປັນສູນກາງດ້ານການເມືອງ ເສດຖະກິດ ແລະ ວັດທະນະທຳຂອງປະເທດຊາດ ການຜັນຂະຫຍາຍມະຕິ XII ຂອງສູນກາງ ຕ້ອງຕິດພັນຢ່າງສະໜິດແໜ້ນກັບການຈັດຕັ້ງປະຕິບັດມະຕິ VIII ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງ ນວ ພ້ອມນີ້ສະຫາຍຍັງໄດ້ຍົກໃຫ້ເຫັນບາງວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຂອງພະແນກ ວທ ນວ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງ ນວ ມີຜົນສຳເລັດຕາມແຜນການທີ່ກຳນົດໄວ້.
ໂອກາດນີ້ ສະຫາຍ ພອນຈັນ ແພງພູວັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກ ວທ ນວ ກໍໄດ້ເຜີຍແຜ່-ເຊື່ອມຊຶມເອກະສານການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງ ນວ ເຊິ່ງເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs 2030 ຂອງ ສປຊ) ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂຄງການການເມືອງ ສະບັບທີ 3 ວິໄສທັດຮອດປີ 2055 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2026-2035) ຄໍາຂວັນຂອງແຜນການ 5 ປີ ຄັ້ງທີ X ທີ່ທຸກພາກສ່ວນ ຕ້ອງຈັດຕັ້ງປະຕິບັດເປັນເອກະພາບ ຄື: ຍົກສູງຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງກ້າ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ ພັດທະ ນາເສດຖະກິດ-ສັງຄົມ ຕາມທິດວ່ອງໄວ ສີຂຽວ ແລະ ຍືນຍົງ ພ້ອມນີ້ສະຫາຍຍັງໄດ້ຜ່ານບົດສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງຄະນະພັກຮາກຖານພະແນກ ວທ ນວ.
ຈຸດປະສົງເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນມະຕິກອງປະຊຸມດັ່ງກ່າວ ທັງເປັນການຈັດຕັ້ງຜັນຂະຫຍາຍໃຫ້ກວ້າງຂວາງ ທົ່ວເຖິງ ເລິກເຊິ່ງ ແລະ ສາມາດນຳໄປໝູນໃຊ້ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕາມໜ້າທີ່ຄວາມຮັບຜິດຊອບ ໄດ້ຢ່າງມີປະສິດທິຜົນ ແລະ ມີຜົນໄດ້ຮັບຕາມລະດັບຄາດໝາຍ ແນໃສ່ຫັນປ່ຽນດ້ານແນວຄິດ-ຈິນຕະນາການຢ່າງແຂງແຮງ ປັບປຸງຍົກສູງຫຼັກໝັ້ນການເມືອງ ນ້ຳໃຈເສຍສະຫຼະ ຍຶດໝັ້ນອຸດົມການຂອງຄະນະພັກ ຢ່າງໜຽວແໜ້ນ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ໃຫ້ໜັກແໜ້ນ ແລະ ພາຍໃນສັງຄົມ ໃຫ້ເປັນປຶກແຜ່ນ.ທີ່ມາ: ໜສພ ວຽງຈັນໃໝ່

