"ລາວຍືນຍາວ" ຈຸດປະກາຍໂຮງແຮມສີຂຽວ ພາກລັດ-ເອກະຊົນ ຮ່ວມມືຍົກລະດັບທ່ອງທ່ຽວລາວສູ່ຄວາມຍືນຍົງ
13/07/2026
ທ່າມກາງສະພາບການທີ່ບັນຫາສິ່ງແວດລ້ອມ ແລະ ການນໍາໃຊ້ຊັບພະຍາກອນຢ່າງຈໍາກັດ ກາຍເປັນສິ່ງທ້າທາຍສຳຄັນຂອງໂລກ ລວມທັງ ສປປ ລາວ ການສ້າງຄວາມຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອຊອກຫາແນວທາງໃນການອະນຸລັກສິ່ງແວດລ້ອມ ແລະ
ນຳໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ ຈຶ່ງເປັນວາລະສຳຄັນທີ່ຕ້ອງຮ່ວມກັນຊຸກຍູ້ ໂດຍສະເພາະການສົ່ງເສີມໃຫ້ທຸລະກິດໂຮງແຮມ ຫັນມາຫຼຸດຜ່ອນການນຳໃຊ້ໄຟຟ້າ ນ້ຳປະປາ ແລະ ຍົກລະດັບການຄຸ້ມຄອງຂີ້ເຫຍື້ອໃຫ້ມີປະສິດທິພາບ.
ໃນວັນທີ 9 ກໍລະກົດ 2026 ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ບໍລິສັດ ອີເອສແອວ ຈຳກັດ ໄດ້ຈັດກອງປະຊຸມຮ່ວມ ວ່າດ້ວຍ "ມາດຕະຖານໂຮງແຮມສີຂຽວ ເປັນມິດຕໍ່ສິ່ງແວດລ້ອມ" ພາຍໃຕ້ໂຄງການ "ລາວຍືນຍາວ" ຢູ່ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ ໂດຍເປັນປະທານຂອງທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນວ ພ້ອມດ້ວຍ ທ່ານ ຄຳຕັນ ສົມພັນວິໄລ ປະທານທີ່ປຶກສາ ບໍລິສັດ ອີເອສແອວ ຈຳກັດ ມີບັນດາທ່ານຜູ້ປະກອບການໂຮງແຮມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ຄໍາຕັນ ສົມພັນວິໄລ ໄດ້ອະທິບາຍຈຸດປະສົງຂອງໂຄງການ "ລາວຍືນຍາວ" ໂດຍເນັ້ນວ່າ ການຫຼຸດຜ່ອນການນຳໃຊ້ໄຟຟ້າ ນ້ຳປະປາ ແລະ ຂີ້ເຫຍື້ອ ບໍ່ແມ່ນພາລະຂອງທຸລະກິດ ແຕ່ເປັນ "ໂອກາດ" ໃນການຫຼຸດຕົ້ນທຶນ ຍົກລະດັບພາບພົດ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດ.
ໂອກາດດຽວກັນ ທ່ານ ພອນຈັນ ແພງພູວັນ ກ່າວວ່າ: ການຈັດກອງປະຊຸມວ່າດ້ວຍມາດຕະຖານໂຮງແຮມສີຂຽວ ພາຍໃຕ້ໂຄງການ "ລາວຍືນຍາວ" ນັບເປັນບາດກ້າວສຳຄັນຂອງການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອຂັບເຄື່ອນຂະແໜງການທ່ອງທ່ຽວ ແລະ ການບໍລິການຂອງລາວ ໃຫ້ກ້າວສູ່ຄວາມຍືນຍາວຢ່າງແທ້ຈິງ.
ທ່ານກ່າວຕື່ມວ່າ ອຸດສາຫະກໍາໂຮງແຮມ ແລະ ການບໍລິການ ແມ່ນໜຶ່ງໃນເສົາຄໍ້າສໍາຄັນຂອງການຂັບເຄື່ອນເສດຖະກິດຂອງປະເທດ ແຕ່ການເຕີບໂຕດັ່ງກ່າວ ຈະຕ້ອງຄວບຄູ່ໄປກັບຄວາມຮັບຜິດຊອບຕໍ່ການອະນຸລັກສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ໂຄງການ "ລາວຍືນຍາວ" ຈຶ່ງຖືກຈັດຕັ້ງຂຶ້ນ ເພື່ອສົ່ງເສີມໃຫ້ຜູ້ປະກອບການສ້າງຈິດສຳນຶກ ແລະ ນຳໃຊ້ຮູບແບບການດຳເນີນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ ໂດຍຍຶດຫຼັກ "ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ" ກິດຈະກຳຫຼັກຂອງໂຄງການ ຈະສຸມໃສ່ 3 ເສົາຄ້ຳສຳຄັນ ຄື:ຫຼຸດຜ່ອນການນຳໃຊ້ພະລັງງານໄຟຟ້າ ໂດຍຍຶດແນວຄິດ "ປະຢັດພະລັງງານ ຄືການຫຼຸດຕົ້ນທຶນ ແລະ ຮັກສາໂລກ" ຄຸ້ມຄອງ ແລະ ຫຼຸດຜ່ອນການນຳໃຊ້ນ້ຳປະປາ ແລະ ຄຸ້ມຄອງ ແລະ ຫຼຸດຜ່ອນຂີ້ເຫຍື້ອໃນສັງຄົມ.
ນອກຈາກນັ້ນ ໂຮງແຮມສີຂຽວ ຍັງຕ້ອງເປັນແບບຢ່າງໃນການບໍລິຫານຈັດການຂີ້ເຫຍື້ອ ໂດຍນໍາໃຊ້ຫຼັກການ 3Rs ປະກອບດ້ວຍ ການຫຼຸດຜ່ອນ (Reduce) ການນຳມາໃຊ້ຄືນ (Reuse) ແລະ ການນຳໄປປ່ຽນຮູບ (Recycle) ເພື່ອຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ.
ຜູ້ຈັດງານຍັງເນັ້ນຢໍ້າວ່າ ການເຂົ້າຮ່ວມມາດຕະຖານໂຮງແຮມສີຂຽວ ພາຍໃຕ້ໂຄງການ "ລາວຍືນຍາວ" ບໍ່ແມ່ນພາລະ ແຕ່ເປັນໂອກາດໃນການຫຼຸດຕົ້ນທຶນ ສ້າງພາບພົດທີ່ດີ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະ ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວຍຸກໃໝ່ ທີ່ໃຫ້ຄວາມສຳຄັນກັບທຸລະກິດທີ່ຮັບຜິດຊອບຕໍ່ສິ່ງແວດລ້ອມ.
ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມຮ່ວມມືຈາກທຸກພາກສ່ວນ ລວມທັງການປັບປ່ຽນພຶດຕິກໍາຂອງຜູ້ປະກອບການ ຈະເປັນກຳລັງສຳຄັນໃນການສ້າງອຸດສາຫະກຳທ່ອງທ່ຽວລາວ ໃຫ້ມີຄວາມເຂັ້ມແຂງ ເປັນມິດຕໍ່ສິ່ງແວດລ້ອມ ແລະ ກ້າວສູ່ການພັດທະນາທີ່ຍືນຍາວ ເພື່ອປະໂຫຍດຂອງປະເທດ ແລະ ລູກຫຼານໃນອະນາຄົດ.ທີ່ມາ: ໜສພ ວຽງຈັນໃໝ່

