ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຕິດຕາມ ປະທານຄະນະກໍາມະການປົກຄອງ ນ.ວ ລົງຊຸກຍູ້ການພັດທະນາສະຖານທີ່ທ່ອງທ່ຽວ ຢູ່ເມືອງ ສັງທອງ.
15/05/2026
ໃນວັນທີ 14 ພຶດສະພາ 2026 ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ວຽກງານຮາກຖານ ຕິດພັນກັບການສົ່ງເສີມການລົງທຶນ ແລະ ການພັດທະນາສະຖານທີ່ທ່ອງທ່ຽວ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ສັງວອນ ພິມມະສອນ ປະທານຄະນະກໍາມະການປົກຄອງເມືອງສັງທອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນການລົງເຄື່ອນໄຫວຄັ້ງນີ້ ທ່ານ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຕິດຕາມເບິ່ງສະຖານທີ່ຕົວຈິງ ຂອງໂຄງການທີ່ຈະພັດທະນາເປັນແຫຼ່ງທ່ອງທ່ຽວແບບຍືນຍົງ ຕາມສາຍນໍ້າສັງ ຊື່ງເປັນສາຍນໍ້າທຳມະຊາດທີສວຍງາມຂອງເມືອງສັງທອງ,ອ້ອມຮອບດ້ວຍພູຜາປ່າໄມ້ອັນຂຽວສົດງົດງາມ ອາກາດບໍລິສຸດສົດໃສ ຖ້າຫາກໄດ້ຮັບການພັດທະນາເປັນສະຖານທີ່ທ່ອງທ່ຽວ ຈະສາມາດດຶງດູດແຂກຄົນໃຫ້ມາທ່ຽວຊົມເປັນຈຳນວນຫຼາຍ ທັງຈະຊ່ວຍພັດທະນາເສດຖະກິດຂອງເມືອງໃຫ້ຂະຫຍາຍຕົວແລະຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນອີກດ້ວຍ. ໂອກາດນີ້ທາງຄະຄະ ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບ ແຜນການສຶກສາ ແລະ ສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ. ລວມທັງ ວິໄສທັດ ແລະ ຈຸດປະສົງເປົ້າຫມາຍຂອງໂຄງການ. ເຊີ່ງໂຄງການດັ່ງກ່າວນີ້ ມີເປົ້າຫມາຍຈະສ້າງເປັນແຫຼ່ງທ່ອງທ່ຽວ ທາງດ້ານວັດທະນະທໍາ, ທໍາມະຊາດ, ວິຖີຊີວິດ, ກະສິກໍາ ແບບຄົບວົງຈອນ ເພື່ອສ້າງທ່າແຮງທາງດ້ານເສດຖະກິດໃຫ້ແກ່ເມືອງ ສັງທອງມີການພັດທະນາຫຼາຍຂື້ນກວ່າເກົ່າ.
ໂອກາດນີ້ ທ່ານ ສິລິລາດທົງສິນ ທອງເພັງ ໄດ້ມີຄໍາເຫັນຊີ້ນໍາຕໍ່ໂຄງການວ່າ : ໂຄງການນີ້ແມ່ນໂຄງການທີ່ມີຄວາມໝາຍສໍາຄັນ, ຖ້າຫາກໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ຈະກາຍເປັນໃບໜ້າໃບຕາອັນໃໝ່ໃຫ້ແກ່ເມືອງ ສັງທອງ ກໍຄື ນະຄອນຫຼວງວຽງຈັນ. ພ້ອມດຽວກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ອົງການປົກຄອງເມືອງ ສັງທອງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມກວດກາຢ່າງໃກ້ສິດ ເພື່ອໃຫ້ຜູ້ທີ່ຈະມາພັດທະນາ ຕ້ອງລົງມືເຮັດແທ້ທໍາຈິງ, ສິ່ງສໍາຄັນທີ່ສຸດ ໃຫ້ຫຼີກລ້ຽງຜົນກະທົບຕໍ່ໂຄງ ການລົງທຶນອື່ນໆໃນເຂດໃກ້ຄຽງ ແລະ ບໍ່ໃຫ້ມີບັນຫາຫາງສຽງຂອງສັງຄົມ. ພ້ອມນີ້ ຕ້ອງໃຫ້ປະຊາຊົນໃນທ້ອງຖິ່ນມີສ່ວນຮ່ວມໃນການພັດທະນາ ເພື່ອຄວາມຍືນຍົງໃນໄລຍະຍາວ.

