ວັນທີ 13 ພຶດສະພາ 2026 ນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງ ວຽງຈັນ ໄດ້ຈັດກອງປະຊຸມ ປຶກສາຫາລືຂັ້ນເບື້ອງຕົ້ນ
14/05/2026
ວັນທີ 13 ພຶດສະພາ 2026 ນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງ ວຽງຈັນ ໄດ້ຈັດກອງປະຊຸມ ປຶກສາຫາລືຂັ້ນເບື້ອງຕົ້ນ ຕາມການສະເໜີຂອງ ບໍລິສັດ ດາວເຮືອງ ຈຳກັດຜູ້ດຽວ ແລະ ບໍລິສັດ ຟູຈິວະຣະ ຈຳກັດຜູ້ດຽວ. ເພື່ອຂໍອະນຸຍາດ ບູລະນະ, ທາສີຮູບປັ້ນຫຼໍ່ເຈົ້າອານຸວົງ ທີ່ປະດິດສະຖານ ຢູ່ທີ່ສວນເຈົ້າອານຸວົງ (ແຄມຂອງ) ນວ ເພື່ອເປັນການບູລະນະການຄືນ ຂອບເຂດສະຖານທີ່ ແລະ ຮູບປັ້ນຫຼໍ່ ໃຫ້ກັບສູ່ສະພາບເກົ່າ ສວຍງາມ.

ກອງປະຊຸມເຂົ້າຮ່ວມເປັນປະທານໂດຍ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວນະຄອນຫຼວງວຽງຈັນ ຢູ່ທີ່ຫ້ອງການສວນເຈົ້າອາ
ນຸວົງ ໂດຍມີ: ກົມມໍລະດົກ ແລະ ວິຈິດສິນ, ຂະແໜງວັດທະນະທຳ, ແນວລາວສ້າງຊາດ, ຫ້ອງການວັດທະນະທຳ ແລະ ຫ້ອງວ່າການ
ເມືອງຈັນທະບູລີ, ບ້ານວັດຈັນ, ບ້ານມີໄຊ, ບ້ານຊຽງຍືນ ເຂົ້າຮ່ວມ. ໄດ້ຮັບການຕ້ອນຮັບຈາກ ປະທານບໍລິສັດ ຟູຈິວະຣະ ເປັນຢ່າງດີ.


