ນະຄອນຫຼວງວຽງຈັນ ກຽມຈັດກິດຈະກຳວາງສະແດງຮູບພາບ- ສິລະປະດົນຕີ ສະຫຼອງ 50ປີ 23 ສິງຫາ
23/08/2025

ນະຄອນຫຼວງວຽງຈັນ ກຽມຈັດກິດຈະກຳວາງສະແດງຮູບພາບ- ສິລະປະດົນຕີ ສະຫຼອງ 50ປີ 23 ສິງຫາ
............................................
ນະຄອນຫຼວງວຽງຈັນ ກຽມຈັດກິດຈະກຳວາງສະແດງຮູບພາບ- ສິລະປະດົນຕີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຍຶດອຳນາດ 23 ສິງຫາ ຄົບຮອບ 50 ປີ (23 ສິງຫາ 1975-23 ສິງຫາ 2025).
ອີງຕາມ ແຜນການເຄື່ອນໄຫວຂອງ ພະແນກຖະແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ສະບັບເລກທີ 1167/ຖວທ ນວ ລົງວັນທີ 12 ສິງຫາ 2025 ໃຫ້ຮູ້ວ່າ: ເພື່ອສະ ເຫຼີມ ສະຫຼອງວັນຍຶດອໍານາດ 23 ສິງຫາ ຄົບຮອບ 50 ປີ ຕິດພັນກັບ ການສະເຫຼີມສະຫຼອງ 3 ວັນ ປະຫວັດສາດ ນະຫຼວງວຽງຈັນ ເວົ້າລວມ ເວົ້າສະເພາະແມ່ນພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ຂຶ້ນແຜນຈັດກິດຈະກຳ ວາງສະແດງຮູບພາບປະຫວັດສາດ ວັນຍຶດອໍານາດ 23 ສິງຫາ ຄົບ ຮອບ 50 ປີ ແລະ ສະແດງສິລະປະວັນທະນະທຳ ຫົວຂໍ້: ດົນຕີປະ ສານສຽງແຫ່ງຍຸກສະໄໝ.
ສໍາລັບວາລະການສະເຫຼີມສະຫຼອງມີດັ່ງນີ້ 1. ວັນທີ 22 ສິງຫາ 2025 ວາງສະແດງຮູບພາບປະຫວັດສາດ ແລະ ສະແດງສິນລະປະ ທີ່ຫໍວັດທະນະທຳ 2. ວັນທີ 23-25 ວ່າງສະແດງຮູບພາບປະຫວັດ ສາດ ຢູ່ສວນສາທາລະນະ (ປະຕູໄຊ).